Google AI Pro ພ້ອມໃຫ້ບໍລິການໃນ 150 ປະເທດ ແລະ ເຂດແດນ, ເຊິ່ງມາພ້ອມກັບສິດທິປະໂຫຍດເພີ່ມເຕີມ. ແອັບ Gemini, ເຊິ່ງເປັນສ່ວນໜຶ່ງຂອງ Google AI Pro, ຈະສືບຕໍ່ໃຫ້ບໍລິການໃນແພັກເກດທຸລະກິດ ແລະ ການສຶກສາຂອງ Google Workspace. ສຶກສາເພີ່ມເຕີມຢູ່: https://gemini.google/subscriptions/
ໃຊ້ປະໂຫຍດສູງສຸດຈາກ ແອັບ Gemini ໂດຍການອັບເກຣດເປັນແພັກເກດ Ultra, ເພື່ອປົດລັອກສິດເຂົ້າເຖິງລະດັບສູງສຸດ ພ້ອມທັງຄຸນສົມບັດສຸດພິເສດທີ່ປ່ຽນທຸກຢ່າງໃຫ້ເປັນຫຍັງກໍໄດ້. ເຂົ້າເຖິງໂມເດວທີ່ຊົງພະລັງທີ່ສຸດຂອງ Google ໃນລະດັບສູງສຸດ ເຊັ່ນ: 2.5 Pro, ພ້ອມທັງຄຸນສົມບັດຕ່າງໆ ເຊັ່ນ: ການສ້າງວິດີໂອດ້ວຍ Veo 3 ແລະ Deep Research. ນອກຈາກນີ້, ທ່ານຍັງຈະໄດ້ຮັບສິດເຂົ້າເຖິງກ່ອນຄົນອື່ນເພື່ອທົດລອງໃຊ້ນະວັດຕະກຳ AI ໃໝ່ຫຼ້າສຸດຂອງພວກເຮົາທັນທີທີ່ພ້ອມໃຫ້ບໍລິການ, ຮວມທັງໂໝດ Agent ນຳ.
Gemini ໃນ Google AI Ultra ແມ່ນສາມາດໃຊ້ໄດ້ໃນ 150 ປະເທດ ແລະ ເຂດແດນ ແລະ ຮວມທັງສິດທິປະໂຫຍດເພີ່ມເຕີມເປັນສ່ວນໜຶ່ງຂອງການສະໝັກໃຊ້ Google AI Ultra. ປັດຈຸບັນ Google AI Ultra ຍັງບໍ່ພ້ອມໃຫ້ບໍລິການກັບລູກຄ້າທຸລະກິດ ແລະ ການສຶກສາຂອງ Google Workspace. ສຶກສາເພີ່ມເຕີມ: https://support.google.com/gemini/answer/16275805
ຫາກທ່ານເລືອກໃຊ້ແອັບ Gemini, ແອັບນີ້ຈະມາເປັນຜູ້ຊ່ວຍຫຼັກຢູ່ໂທລະສັບແທນຜູ້ຊ່ວຍ Google ຂອງທ່ານ. ບໍ່ສາມາດໃຊ້ຄຸນສົມບັດສຽງບາງຢ່າງຂອງຜູ້ຊ່ວຍ Google ຜ່ານແອັບ Gemini ໄດ້ເທື່ອ. ທ່ານສາມາດສະຫຼັບກັບໄປຫາຜູ້ຊ່ວຍ Google ໄດ້ໃນການຕັ້ງຄ່າ.
The Google Gemini app is now live in English, Spanish, French, Portuguese, Chinese, Japanese, Korean and more languages. See the full list of supported languages and countries here: https://support.google.com/?p=gemini_app_requirements_android